ເພງ ຍິງຄົນສຸດທ້າຍ
ຖ້າເປັນຍິງອື່ນເຂົາຈາກອ້າຍໄປດົນແລ້ວ
ແຕ່ວ່ານ້ອງແກ້ວຍັງຢູ່ຄຽງອ້າຍທຸກເທື່ອ
ທັງໆທີ່ອ້າຍໄດ້ທໍາຜິດຢ່າງລົ້ນເຫຼືອ
ກັບມາທຸກເມື່ອນ້ອງກໍ່ຕ້ອງຮັບທຸກຄັ້ງ
ຊໍ້າແລ້ວຊໍ້າຕໍ່ນ້ອງຍັງຕັ້ງໃຈລໍອ້າຍ
ຮູ້ວ່າຫຼາຍໃຈນ້ອງຍັງຄອຍອ້າຍບໍ່ຫ່າງ
ຢູ່ໃນໂລກນີ້ບໍ່ມີໃຜດີສໍ່ານາງ ອ້າຍຈຶ່ງຂໍຢຸດຢັ້ງ
ຈະຮັກແຕ່ພຽງນາງດຽວ ຂໍສັນຍາຈະຮັກນາງເປັນຄົນສຸດທ້າຍ
ເຊົາຫລາຍໃຈເຊົາຫຼົງໄຫຼເຊົາໄປທ່ຽວ
ເຊົາຈອບບ້ອນຂໍຫລຸດຜ່ອນຄວາມມ່ວນຄວາມທ່ຽວ
ຍິງອື່ນບໍ່ກ່ຽວ...ຈະຮັກຄົນດຽວພຽງນາງ
ຖ້າເປັນຍິງອື່ນເຂົາຄົງບໍ່ຝືນຢູ່ນໍາ
ທໍາຜິດປະຈໍານ້ອງຍັງຢູ່ນໍາບໍ່ຕ່າວ
ຂອບໃຈຟ້າທີ່ສົ່ງໃຫ້ມາພົບນາງ
ຢາກຂໍຮ້ອງດັງໆຈະຮັກນາງເປັນຄົນສຸດທ້າຍ
ຂໍສັນຍາຈະຮັກນາງເປັນຄົນສຸດທ້າຍ
ເຊົາຫລາຍໃຈເຊົາຫຼົງໄຫຼເຊົາໄປທ່ຽວ
ເຊົາຈອບບ້ອນຂໍຫລຸດຜ່ອນຄວາມມ່ວນຄວາມທ່ຽວ
ຍິງອື່ນບໍ່ກ່ຽວ...ຈະຮັກຄົນດຽວພຽງນາງ
ຖ້າເປັນຍິງອື່ນເຂົາຄົງບໍ່ຝືນຢູ່ນໍາ
ທໍາຜິດປະຈໍານ້ອງຍັງຢູ່ນໍາບໍ່ຕ່າວ
ຂອບໃຈຟ້າທີ່ສົ່ງໃຫ້ມາພົບນາງ
ຢາກຂໍຮ້ອງດັງໆຈະຮັກນາງເປັນຄົນສຸດທ້າຍ
ຟັງ